ພາສາອັງກິດ | |
---|---|
ອອກສຽງ | |
ພາກພື້ນ | (ເບິ່ງໃນບົດຄວາມ) |
ຈຳນວນຜູ້ເວົ້າ | 360 ລ້ານຄົນ (2010) L2: 380 ລ້ານຄົນ |
ຕະກຸນພາສາ | |
ຮູບແບບກ່ອນໜ້າ | |
ລະບົບການຂຽນ | ອັກສອນລາແຕັງ (ອັກສອນອັງກິດ) |
ສະຖານະພາບທາງການ | |
ພາສາທາງການ | 54 ປະເທດ 27 ອົງການບໍ່ແມ່ນລັດ ແລະບ່ອນອື່ນອີກຫຼາຍຫຼວງ |
ລະຫັດພາສາ | |
ISO 639-1 | en |
ISO 639-2 | eng |
ISO 639-3 | eng |
Linguasphere | 52-ABA |
ພາສາອັງກິດ (English, ຄຳເຄົ້າ: ພາສາອັງກລິສ) ແມ່ນພາສາເຢຍລະມັນຕາເວັນຕົກພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດອັງກິດ ຈົນປະຈຸບັນນີ້ ມີການເວົ້າກັນທົ່ວໂລກ. ແມ່ນພາສາທາງການ ຢູ່ສະຫະລາຊະອານາຈັກ,ປະເທດອະເມລິກາ ແລະ ຫຼາຍປະເທດໃນໂລກ. ນອກຈາກນີ້ ຍັງເປັນ ພາສາທຸລະກິດ, ພາສາສື່ສານ ແລະ ພາສາຕ່າງປະເທດທີ່ໜຶ່ງທີ່ໃຊ້ກັນແຜ່ຫຼາຍທີ່ສຸດໃນໂລກພາສາໜຶ່ງ.
ພາສາອັງກິດແມ່ນພາສາແມ່ທີ່ມີຈຳນວນຜູ້ເວົ້າຫຼາຍທີ່ສຸດເປັນອັນດັບທີ່ 3 ຂອງໂລກ ຮອງລົງມາຈາກພາສາຈີນກາງແລະພາສາແອສະປາໂຍນ.
ພາສາອັງກິດມາຈາກບັນດາອານາຈັກອັງກະໂລ-ຊັກຊັງແຫ່ງເມືອງອັງກິດ ແລະແຫ່ງເມືອງເອກົດຕອນຕະເວັນອອກສຽງໃຕ້ໃນປະຈຸບັນ ຢ່າງໃດກໍ່ດີ ແຕ່ກ່ອນນັ້ນແມ່ນບ່ອນທີ່ຢູ່ພາຍໃຕ້ການປົກຄອງຂອງອານາຈັກນອກແຕມບະລີ.
ພາສາອັງກິດແມ່ນພາສາທີ່ມີການໃຊ້ແຜ່ຫຼາຍທົ່ວແຫຼ່ງຫຼ້າຍ້ອນມາຈາກອິທິພົນໃຫຍ່ຂອງອານາຈັກອັງກິດແຕ່ສະຕະວັດທີ 17 ຫາສະຕະວັດທີ 20 ຊ່ວງກາງ ແລະກໍ່ຂອງອິທິພົນຂອງອາເມລິກາຕັ້ງແຕ່ສະຕະວັດທີ 20 ຊ່ວງກາງ.
ພາສາລັດຖະການຂອງສະຫະປະຊາຊາດ |
|
---|---|
ອາຣັບ • ຈີນ • ອັງກິດ • ຝະລັ່ງ • ລັດເຊຍ • ແອສະປາໂຍນ |