ພິກັດພູມສາດ: 37°47′21″N 122°24′12″W / 37.7891838°N 122.4033522°W
ກໍ່ຕັ້ງ | 20 ມິຖຸນາ 2003 (19 ປີ) ເຊນປິເຕີສເບີກ ລັດຟລໍຣີດາ ສະຫະລັດອາເມຣິກາ |
---|---|
ຜູ້ກໍ່ຕັ້ງ | ຈິມມີ ເວລສ໌ |
ປະເພດ | 501 (c) (3), ອົງກອນທີ່ບໍ່ສະແຫວງຫາຜົນກໍາໄລ |
20-0049703 | |
ວັດຖຸປະສົງ | ເສລີ, ເນື້ອຫາເປີດ, ໂຄງການອິນເຕີເນັດທີ່ໃຊ້ວິກິເປັນໂຄງສ້າງພື້ນຖານ |
ພື້ນທີ່ໃຫ້ບໍລິການ | ທົ່ວໂລກ |
ສະມາຊິກ | ຄະນະກຳມະການເທົ່ານັ້ນ |
ບຸຄະລາກອນຫຼັກ | ຄຣິສໂຕເຟີ ເຮນເນີ (ປະທານຄະນະກຳມະການ) ແຄດເທີຣີນ ມາເຮີ (ກຳມະການບໍລິຫານ) |
ລາຍໄດ້ |
|
ລາຍຈ່າຍ | |
ເວັບໄຊ | wikimediafoundation |
ບໍລິສັດມູນນິທິວິກິມີເດຍ (ອັງກິດ: Wikimedia Foundation, Inc.; WMF) ຫຼື ວິກິມີເດຍ ເປັນອົງກອນທີ່ບໍ່ສະແຫວງຫາຜົນກໍາໄລ ແລະ ອົງການການກຸສົນຂອງສັນຊາດອາເມຣິກາ ມີສຳນັກງານໃຫຍ່ຢູ່ທີ່ເມືອງຊານຟຣານຊິສໂກ ລັດແຄລິຟຣໍເນຍ ສ່ວນໃຫຍ່ເປັນທີ່ຮູ້ຈັກຈາກການເຂົ້າຮ່ວມໃນຂະບວນການວິກິມີເດຍ ແລະ ເປັນເຈົ້າຂອງຊື່ໂດເມນອິນເຕີເນັດຂອງໂຄງການສ່ວນໃຫຍ່ຂອງຂະບວນການເຊັ່ນ: ວິກິພີເດຍ ມູນນິທິນີ້ກໍ່ຕັ້ງຂຶ້ນເມື່ອປີ 2003 ໂດຍຈິມມີ ເວລສ໌ ເພື່ອໃຫ້ຫົນທາງໜຶ່ງໃນການຫາເງິນທຶນໃຫ້ວິກິພີເດຍ ແລະ ໂຄງການອ້າຍນ້ອງໂດຍວິທີການທີ່ບໍ່ສະແຫວງຫາຜົນກຳໄລ
ໃນປີ 2015 ມູນນິທິມີພະນັກງານຫຼາຍກວ່າ 280 ຄົນ ແລະ ມີລາຍໄດ້ປະຈຳປີຫຼາຍກວ່າ 75 ລ້ານໂດລາສະຫະລັດ ຄຣິສໂຕເຟີ ເຮນເນີ (Christophe Henner) ໄດ້ເປັນປະທານຄະນະກຳມະການບໍລິສັດ ສ່ວນແຄດເທີຣີນ ມາເຮີ (Katherine Maher) ໄດ້ເປັນກຳມະການບໍລິຫານໄດ້ຕັ້ງແຕ່ເດືອນມີນາ ປີ 2016