Screenshot | |
ປະເພດ | Video hosting service |
---|---|
ວັນທີກໍ່ຕັ້ງ | 14 ກຸມພາ 2005 |
ສຳນັກງານໃຫຍ່ | 901 ເຊີຣີ ແອວວີນິວສ໌, ຊານບຣູໂນ, ແຄລິຟໍເນຍ, ສະຫະລັດອາເມຣິກາ |
ພື້ນທີ່ໃຫ້ບໍລິການ | ທົ່ວໂລກ (ຍົກເວັ້ນປະເທດທີ່ຖືກບລັອກ) |
ຜູ້ກໍ່ຕັ້ງ | |
ຊີອີໂອ | ຊູຊານ ເວີເຈັດກີ (CEO) |
ອຸດສາຫະກໍາ | ອິນເຕີເນັດ Video hosting service |
ເຈົ້າຂອງ | ແອວຟາເບັດ |
ບໍລິສັດແມ່ | ກູໂກລ (2006–ປັດຈຸບັນ) |
ເວັບໄຊ | YouTube.com (see list of localized domain names) |
ອັນດັບອາເລັກຊາ | 2 (Global, October 2017) |
ການໂຄສະນາ | ກູໂກລ ແອດເຊນສ໌ |
ສະຖານະປັດຈຸບັນ | ເປີດໃຫ້ບໍລິການ |
ຢູທູບ ຕາມສຳນຽງອາເມຣິກາ ຫຼື ຢູທິບ ຕາມສຳນຽງອັງກິດ (ອັງກິດ: YouTube; ˈjuːˌtjuːb (ສຳນຽງອັງກິດ), /-tuːb (ສຳນຽງອາເມຣິກາ)) ເປັນເວັບໄຊເຜີຍແຜ່ວິດີໂອໂດຍມີສຳນັກງານຢູ່ທີ່ຊານບຣູໂນ ແຄລິຟໍເນຍ, ສະຫະລັດອາເມຣິກາ ຜູ້ສ້າງເວັບໄຊດັ່ງກ່າວຄືອະດີດພະນັກງານ 3 ຄົນໃນບໍລິສັດເພພາລ ອັນປະກອບດ້ວຍແຊດ ເຮີລີ, ສະຕີບ ເຊນ ແລະ ຍາວິດ ຄາຣິມ ໂດຍສ້າງໃນເດືອນກຸມພາປີ 2005 ໃນເດືອນພະຈິກ 2006 ກູໂກລຊື້ຢູທູບຊື້ໄປໃນລາຄາ 1.65 ຕື້ໂດລາສະຫະລັດ ຢູທູບເປັນໜຶ່ງໃນບໍລິສັດຍ່ອຍຂອງກູໂກລ ເວັບໄຊຍັງສາມາດອະນຸຍາດໃຫ້ຜູ້ໃຊ້ງານສາມາດອັບໂຫຼດ, ເບິ່ງ ຫຼື ແບ່ງປັນວິດີໂອໄດ້
ຍູທູບຖືກສ້າງຕັ້ງຂຶ້ນໂດຍພະນັກງານຂອງເພຍ໌ພາລເຊິ່ງເປັນເວັບໄຊທ໌ສໍາລັບການແບ່ງປັນວິດີໂອ ໂດຍທີ່ສະມາຊິກຂອງຍູທູບສາມາດອັບໂຫຼດ ແລະ ສຳຫຼວດວິດີໂອໄດ້ ໂດເມນເນມຂອງຍູທູບມີວ່າ "www.youtube.com
" ເຊິ່ງເຜີຍແຜ່ມາຄັ້ງທຳອິດໃນ ວັນຈັນ ທີ 14 ກຸມພາ 2005 ເວລາ 9:13 ໂມງ
ຍູທູບກໍ່ຕັ້ງໂດນແຊດ ເຮີລີ, ສະຕີບ ເຊນ ແລະຍາວິດ ຄາຣິມ ໂດຍທັງໝົດເປັນພະນັກງານຝຶກຫັດທີ່ບໍລິສັດເພຍ໌ພາລ ເພື່ອທີ່ຈະເຂົ້າເປັນບຸກຄະລາກອນຂອງບໍລິສັດເພຍ໌ພາລໂດຍເຮີລີໄດ້ເຂົ້າມະຫາວິທະຍາໄລອິນເດຍດາຂອງເພນຊິນເວເນຍດ້ານການອອກແບບ ເຊນ ແລະ ຄາຣິມໄດ້ສຶກສາຢູ່ທີ່ມະຫາວິທະຍາໄລ ອິລລີໂນຍ ຢູຣ໌ບານາ-ແຊມເປນ ດ້ານວິທະຍາສາດຄອມພິວເຕີ ໂດຍສຳນັກງານແຫ່ງທຳອິດຂອງຍູທູບຢູ່ຂ້າງເທິງຮ້ານພິຊຊ່າ ແລະ ຮ້ານອາຫານຍີ່ປຸ່ນ ໃນ ຊານ ເມເທວ
ໂດເມນເນມເປີດໃຊ້ງານຄັ້ງທຳອິດເມື່ອວັນທີ 14 ກຸມພາ 2005 ພ້ອມກັບການລວມວິດີໂອຄັ້ງທຳອິດເມື່ອວັນທີ 23 ເມສາ 2005 ເປັນການເລີ່ມຕົ້ນຄລິບວິດີໂອແຫ່ງທຳອິດໃນຍູທູບ ຊື່ວິດິໂອ: Me at the zoo ເມື່ອວັນທີ 23 ເມສາ 2005 ໂດຍມີຜູ້ຮ່ວມກໍ່ຕັ້ງເວັບໄຊຕ໌ ຍາວິດ ຄາຣິມ ຖ່າຍຢູ່ທີ່ສວນສັດ ຊານ ດີເອໂກ
ຍູທູບຖືກນໍາໃຊ້ເພື່ອສະແດງຮູບພາບວິດີໂອໃນຮູບແບບຂອງ Adobe Flash ແລະ ໃຊ້ການຖອດລະຫັດແບບ Sorenson Spark H.263 ແຟຣັດຊ໌ເປັນໂປແກມທີ່ຕ້ອງຕິດຕັ້ງເພີ້ມສຳລັບເວັບບຣາວເຊີທົ່ວໄປ ໂດຍສະແດງຜົນທີ່ຂະໜາດຄວາມກວ້າງ ແລະ ສູງ 320 ແລະ 240 ພິກເຊວ ທີ່ 25 ເຟຣມຕໍ່ວິນາທີ ໂດຍມີການສົ່ງຂໍ້ມູນສູງສຸດທີ່ 300 ກິໂລບິດຕໍ່ວິນາທີ ເຊິ່ງການສະແດງຜົນສາມາດເບິ່ງໄດ້ທີ່ຂະໜາດປົກກະຕິ ຫຼື ຂະໜາດທີ່ສະແດງຜົນເຕັມໜ້າຈໍ
ຍູທູບປ່ຽນໄຟລ໌ວິດີໂອເປັນໄຟລ໌ໃນລັກສະນະແຟຣັດຊ໌ວິດີໂອ ໃນນາມສະກຸນ .FLV ພາຍຫຼັງຈາກຜູ້ໃຊ້ໄດ້ອັບໂຫຼດເຂົ້າໄປ ບໍ່ວ່າຜູ້ອັບໂຫຼດຈະໂຫຼດໃນລັກສະນະ .WMV .AVI .MOV .3GP MPEG ຫຼື .MP4
ໄຟລ໌ຍູທູບເກັບໄວ້ໃນລັກສະນະສະຕຣີມໄຟລ໌MP3 ໂດຍມີການເຂົ້າລະຫັດແບບໂມໂນທີ່ 65 ກິໂລບິດ/ວິນາທີ ທີ່ 22050 ເຮຼີດຊ໌ ແນວໃດກໍ່ຕາມຍູທູບສາມາດເກັບຮັກສາໄຟລ໌ສຽງໃນລັກສະນະສະເຕີຣິໂອຖ້າວ່າມີການປ່ຽນແປງເປັນໄຟລ໌ FLV ກ່ອນທີ່ຈະອັບໂຫຼດ
ວິດີໂອຍູທູບສາມາດເບິ່ງໄດ້ໂດຍກົງໂດຍຜ່ານເວັບໄຊທ໌ຍູທູບໂດຍຜ່ານຊອບແວແຟຣັດຊ໌ທີ່ກ່າວມາ ເບິ່ງໄດ້ຜ່ານຄອມພິວເຕີ, ສະມາດໂຟນ ຫຼືແທັບເລັດທີ່ມີການເຊື່ອມຕໍ່ອິນເຕີເນັດໄດ້ ເຊິ່ງນອກຈາກນີ້ຍູທູບສາມາດເບິ່ງໄດ້ຈາກເວັບໄຊທ໌ທົ່ວໄປທີ່ມີການນຳລະຫັດໄປໃສ່ການເຊື່ອມຕໍ່ກັບຄືນໄປບ່ອນເວັບໄຊທ໌ຍູທູບເອງ ເຫັນໄດ້ຕາມກະດານສົນທະນາ ບລັອກ ຫຼື ເວັບໄຊທ໌ຕ່າງໆ
ນອກຈາກນີ້ສາມາດບັນທຶກໄຟລ໌ຍູທູບເກັບໄວ້ໃນເຄື່ອງຂອງຕົນເອງໄດ້ໂດຍໃຊ້ງານຊອບແວຂອງບໍລິສັດອື່ນ ເຊັ່ນ Keepvid ຫຼື ຜ່ານສະຄລິບຈາກ Greasemonkey ໂດຍຈະມີໄຟບ໌ເປັນນາມສະກຸນ .flv
ໂດຍມີຄວາມລະອຽດທີ່ແຕກຕ່າງກັນໄປ ໂດຍມີຄວາມລະອຽດເລີ່ມຕົ້ນທີ່ 144P ຫາ 480P ແລະ ໃນຄວາມລະອຽດ HD ທີ່ 720P ຫາ 8K ທີ່ 4320P