ໂລໂກ້ວິກິວັດຈະນານຸກົມ | |
ປະເພດ | ວັດຈະນານຸກົມອອນລາຍ |
---|---|
ພາສາທີ່ໃຊ້ໄດ້ | ຫຼາຍພາສາ (ເຮັດວຽກຢູ່ 169 ລາຍ) |
ເຈົ້າຂອງ | ມູນນິທິວິກິມີເດຍ |
ສ້າງໂດຍ | ຈິມມີ ເວລສ໌ ແລະ ຊຸມຊົນວິກິມີເດຍ |
ຍູອາຣ໌ແອລ | wiktionary |
ການຄ້າ | ບໍ່ |
ລົງທະບຽນ | ບໍ່ຈຳເປັນ |
ເປີດໂຕ | 12 ທັນວາ 2002 |
ສະຖານະປັດຈຸບັນ | ເປີດບໍລິການ |
ວິກິວັດຈະນານຸກົມ ຫຼື ວິກິພົດຈະນານຸກົມ (ອັງກິດ: Wiktionary, ວິກຊັນນາຣີ) ເປັນໂຄງການໜຶ່ງຂອງມູນນິທິວິກິມີເດຍທີ່ມີເປົ້າໝາຍລວບລວມຄຳສັບ, ວະລີ ຫຼື ປະໂຫຍກ ພ້ອມກັບຄຳອ່ານ ຄວາມໝາຍ ຄຳທີ່ກ່ຽວຂ້ອງ ແລະ ຄຳແປໃນພາສາອື່ນ ຄືວັດຈະນານຸກົມທຸກພາສາໃນທີ່ດຽວກັນ ໂດຍມີໃຫ້ໃຊ້ງານເຖິງ 182 ພາສາ ການເຮັດວຽກຂອງເວັບໄຊຄ້າຍກັບວິກິພີເດຍທີ່ເປີດໃຫ້ໃຜກໍໄດ້ສາມາດເພີ່ມ ແລະ ດັດແກ້ເນື້ອຫາ ໂດຍຮັບຮອງຕົວອັກສອນຂອງທຸກພາສາທີ່ລະຫັດຢູນິໂຄດຮອງຮັບ ວິກິວັດຈະນານຸກົມໃຊ້ຊອບແວມີເດຍວິກິເຊັ່ນດຽວກັນກັບວິກິພີເດຍ.
ເນື່ອງຈາກວິກິວັດຈະນານຸກົມບໍ່ມີຂໍ້ຈຳກັດໃນການພິຈາລະນາພື້ນທີ່ພິມ ເຮັດໃຫ້ວິກິວັດຈະນານຸກົມສ່ວນໃຫຍ່ມີຄຳອະທິບາຍ ແລະ ຄຳແປຂອງສັບຈາກຫຼາຍພາສາ ແລະ ບາງຮຸ່ນຍັງມີຂໍ້ມູນເພີ່ມເຕີມທີ່ມັກພົບຢູ່ໃນບົດບັນທຶກອີກດ້ວຍ.