ຫົວເຫວີຍເຕັກໂນໂລຊີ (ຈີນຕົວຫຍໍ້: 华为技术有限公司; ຈີນຕົວເຕັມ: 華為技術有限公司; ພິນອິນ: Huáwèi Jìshù Yǒuxiàn Gōngsī; ອັງກິດ: Huawei Technologies) ແມ່ນບໍລິສັດຜູ້ຜະລິດອຸປະກອນເຄືອຂ່າຍແລະອຸປະກອນໂທລະຄົມນາຄົມສັນຊາດຈີນ, ໂດຍມີສຳນັກງານໃຫຍ່ຢູ່ທີ່ເມືອງເຊີນເຈີ້ນ, ມົນທົນກ່ວງຕົງ, ສາທາລະນະລັດປະຊາຊົນຈີນ. ປັດຈຸບັນຫົວເຫວີຍແມ່ນຜູ້ຜະລິດອຸປະກອນເຄືອຂ່າຍແລະໂທລະຄົມນາຄົມລາຍໃຫຍ່ທີ່ສຸດຂອງຈີນ, ແລະແມ່ນຜູ້ຜະລິດອຸປະກອນຕິດຕັ້ງງານໂຄງສ້າງພື້ນຖານຂອງລະບົບໂທລະສັບມືຖືລາຍໃຫຍ່ອັນດັບໜຶ່ງຂອງໂລກໃນປີ ຄ.ສ. 2012.
ໃນປີ ຄ.ສ. 2010, ຫົວເຫວີຍໄດ້ຮັບການຈັດອັນດັບໃຫ້ຢູ່ໃນ 500 ບໍລິສັດໃຫຍ່ຂອງນິຕະຍະສານຟໍຈູນ ດ້ວຍຍອດຂາຍ 21,8 ຕື້ໂດລາສະຫະລັດ, ແລະກຳໄລສຸດທິ 2,67 ຕື້ໂດລາສະຫະລັດ. ປັດຈຸບັນຫົວເຫວີຍຍັງຄົງແມ່ນບໍລິສັດຈຳກັດທີ່ບໍ່ສະເໜີຂາຍຫຸ້ນຕໍ່ປະຊາຊົນທົ່ວໄປ, ແຕ່ຈະກະຈາຍຫຸ້ນໃຫ້ກັບສະເພາະພະນັກງານໃນບໍລິສັດເທົ່ານັ້ນ.
{{cite web}}
: CS1 maint: archived copy as title (link)