ເອກະພົບ (ອັງກິດ: Universe, ຝຣັ່ງ: Univers) ຫຼື ຈັກກະວານ ໂດຍທົ່ວໄປແມ່ນຜົນລວມຂອງການດຳລົງຢູ່ ລວມທັງດາວເຄາະ ດາວເລີກ ດາລາຈັກ ສິ່ງທີ່ບັນຈຸຢູ່ໃນອະວະກາດລະຫວ່າງດາລາຈັກ ສະສານແລະພະລັງງານທັງໝົດ.
ການສັງເກດເອກະພົບທາງວິທະຍາສາດ ເຊິ່ງເຊື່ອກັນວ່າມີເສັ້ນກາຍສູນກາງ 93,000 ລ້ານປີແສງ ນໍາໄປສູ່ອະນຸມານຂັ້ນທໍາອິດຂອງເອກະພົບ. ການສັງເກດນີ້ສະແດງໃຫ້ເຫັນວ່າ ເອກະພົບຖືກຄວບຄຸມດ້ວຍກົດທາງຟີຊິກແລະຄ່າຄົງທີ່ດຽວກັນຕະຫຼອດຂະໜາດແລະປະຫວັດສາດສ່ວນໃຫຍ່. ທິດສະດີບິກແບງແມ່ນແບບຈໍາລອງຈັກກະວານວິທະຍາທົ່ວໄປ ເຊິ່ງອະທິບາຍວ່າເອກະພົບເກີດຂຶ້ນມາແນວໃດ ເຊິ່ງໃນຈັກກະວານວິທະຍາກາຍະພາບເຊື່ອວ່າ ເກີດຂຶ້ນເມື່ອປະມານ 13,700 ລ້ານປີກ່ອນ.
ນັກຟີຊິກຫຼວງຫຼາຍເຊື່ອສົມມຸດຕິຖານກ່ຽວກັບພະຫຸພົບ (multiverse) ເຊິ່ງກ່າວວ່າເອກະພົບອາດເປັນໜຶ່ງໃນພົບຈໍານວນຫຼາຍທີ່ມີຢູ່ຄືກັນ.
{{cite web}}
: Unknown parameter |deadurl=
ignored (|url-status=
suggested) (help): « The second section discusses the classic tests of the Big Bang theory that make it so compelling as the likely valid description of our universe. »
{{cite journal}}
: Invalid |ref=harv
(help)